ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ຄວາມ​ໝັ້ນຄົງ ​ສປຊ ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ ​ການ​ປົກ​ປ້ອງ​ພາລະ​ກອນ​ກູ້​ໄພ​ກູ້​ຊີບ

     ສຳນັກ​ຂ່າວສານ ຫວຽດນາມ ລາຍ​ງານ​ໃນ ວັນ​ທີ 25 ພຶດສະພາ 2024 ນີ້​ວ່າ: ສະພາ​ຄວາມ​ໝັ້ນຄົງ ​ສປຊ ໄດ້​ຮັບຮອງ​ເອົາ​ມະ
ຕິ​ເລກ​ທີ 2730, ໃນ​ນັ້ນ​ ໄດ້​ຮຽກຮ້ອງ​ບັນດາ​ປະເທດ​ເຄົາລົບ ແລະ ປົກ​ປ້ອງ​ພາລະ​ກອນ​ກູ້​ໄພ​ກູ້​ຊີບ, ພາລະ​ກອນ ​ສປຊ ແລະ ບັນດາ​
ຜູ້​ກ່ຽວຂ້ອງ.

     ໂດຍ​ມະຕິ​ຮຽກຮ້ອງ​ບັນດາ​ຝ່າຍ​ໃນ​ການ​ປະ​ທະ​ກັນ​ປະກອບ​ອາວຸດ​ຕ້ອງ​ເຄົາລົບ​ກົດໝາຍ ​ວ່າ​ດ້ວຍ​ສິດທິ​ມະນຸດ​ສາກົນ ແລະ ກົດ
ໝາຍ​ວ່າ​ດ້ວຍ​ມະນຸດສະທຳ​ສາກົນ, ໃນ​ນັ້ນມີ​ທັງ​ພາລະ​ໜ້າທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ເຄົາລົບ ແລະ ປົກ​ປ້ອງ​ພາລະ​ກອນ​ກູ້​ໄພ​ກູ້​ຊີບ​ມະນຸດ
ສະທຳ, ພາລະ​ກອນ ​ສປຊ ແລະ ບັນດາ​ຜູ້​ກ່ຽວຂ້ອງ. ມະຕິ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ປະ​ທະ​ກັນ​ດ້ວຍ​ອາວຸດ​ຢຸດຕິ​ໃນ​ທັນທີ ແລະ
ຢຸດຕິ​ທຸກ​ການກະທຳ​ນຳ​ໃຊ້​ບັນດາ​ວັດຖຸ​ລະເບີດ ​ທີ່​ລະເມີດ​ກົດໝາຍ​ວ່າ​ດ້ວຍ​ມະນຸດສະທຳ​ສາກົນ​ຢ່າງ​ຊະຊາຍ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​
ຄວາມ​ຈຳເປັນ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ເໝາະ​ສົມ​ເພື່ອ​ຫຼຸດຜ່ອນ​ໄພ​ອັນຕະລາຍ​ນີ້​ຢ່າງ​ມີ​ປະ​ສິດທິ​ຜົນ​ທີ່​ສຸດ.

     ຄຽງ​ຄູ່​ກັນ​ນັ້ນ, ມະຕິ​ກໍ່​ຮຽກຮ້ອງ​ບັນດາ​ຝ່າຍ​ປະ​ທະ​ກັນ​ດ້ວຍ​ອາວຸດ​ເຄົາລົບ​ບັນດາ​ຫຼັກການ​ຈຳແນກ, ທຽບ​ເທົ່າ ແລະ ລະມັດລະວັງ
ໃນ​ການ​ດຳເນີນ​ບັນດາ​ການເຄື່ອນໄຫວ​ທີ່​ເປັນ​ປໍ​ລະ​ປັກ ແລະ ຈຳກັດ​ການ​ບຸກ​ໂຈມ​ຕີ, ທຳ ລາຍ, ຂະ​ຈັດ​ປັດ​ເປົາ​ບັນດາ​ວັດຖຸ​ທີ່​ຂາດ​ບໍ່​ໄດ້​
ໃນ​ຊີວິດ​ຂອງ​ສາມັນ​ຊົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/05/2024